Looking for more resources for supporting parents during COVID-19? Visit the Start Talking Now Facebook page.

ພໍ່ແມ່ ແລະຜູ້ດູແລ

You are here

Home » ພໍ່ແມ່ ແລະຜູ້ດູແລ

ກະລຸນາກົດທີ່ນີ້ເພື່ອເບິ່ງເປັນພາສາລາວທົ່ວເວັບໄຊ້

ໜ້ານີ້ມີຂໍ້ມູນໃນຫົວຂໍ້:

ທ່ານມີອິດທິພົນທີ່ສຸດໃນການຕັດສິນໃຈຂອງໄວລຸ້ນກ່ຽວກັບຢາເສບຕິດ.

ຫຼາຍກວ່າໝູ່ເພື່ອນ. ຫຼາຍກວ່າດາຣາດັງ. ນັ້ນເປັນເຫດຜົນສຳຄັນທີ່ໄວລຸ້ນຕ້ອງໄດ້ຍິນຈາກປາກຂອງທ່ານວ່າເປັນຫຍັງເຂົາຕ້ອງບໍ່ໃຊ້ກັນຊາ, ດື່ມເຫຼົ້າ ແລະຢາເສບຕິດ ແລະ ເພື່ອໃຫ້ເຂົາຮຽນຮູ້ການຕັດສິນໃຈທີ່ດີ, ລວມເຖິງຊອກຫາທາງອອກທີ່ດີເພື່ອສູ້ກັບບັນຫາໃນຍາມຍຸ່ງຍາກ.

ການໂອ້ລົມນຳໄວລຸ້ນກ່ຽວກັບຫົວຂໍ້ເຫຼົ່ານີ້ອາດເປັນເລື່ອງຍາກ, ແຕ່ຜົນວິໄຈສະແດງໃຫ້ເຫັນວ່າມັນເປັນສິ່ງສຳຄັນທີ່ສຸດທີ່ທ່ານຈະເຮັດໄດ້ເພື່ອສະແດງຄວາມຫວັງດີ, ຕັ້ງຄວາມຄາດຫວັງ ແລະ ຊ່ວຍປົກປ້ອງໃຫ້ເຂົາເຈົ້າປອດໄພ ແລະມີສຸຂະພາບທີ່ດີ. ການສົນທະນາສາມາດເຮັດແບບເປັນກັນເອງ, ໂອ້ລົມແບບສັ້ນໆໃນຕອນທີ່ທ່ານໃຊ້ເວລາກັບໄວລຸ້ນຂອງທ່ານຕາມປົກກະຕິ. ນີ້ແມ່ນລາຍການຄຳຕອບຕໍ່ ຄຳຖາມທີ່ລູກຫຼານຂອງທ່ານອາດຈະຕັ້ງຂື້ນກ່ຽວກັບເຫຼົ້າ ແລະກັນຊາ, ເພື່ອຊ່ວຍໃຫ້ທ່ານກຽມໃຊ້ສົນທະນາ. ທຸກຄົນມີຄວາມແຕກຕ່າງກັນ, ຊະນັ້ນ ຢ່າລືມຈັດລຳດັບຄຳຕອບອີງຕາມມຸມມອງ ແລະປະສົບການຂອງທ່ານ. ການໂອ້ລົມທີ່ເປັນກັນເອງ ແລະຈິງໃຈຈະເຮັດໃຫ້ເກີດຜົນສຳເລັດຢ່າງຫຼວງຫຼາຍ.

ນີ້້ແມ່ນເຄື່ອງມືເພີ່ມເຕີມເພື່ອຊ່ວຍທ່ານໂອ້ລົມກັນໄວລຸ້ນ:

ຂໍ້ແນະນຳຕໍ່ພໍ່ແມ່ ແລະຜູ້ດູແລ.

ໃຫ້ເວລາກັບລູກຂອງທ່ານ, ໃຊ້ເວລາໂອ້ລົມເລື່ອຍໆ, ແລະມີກິດຈະກຳມ່ວນຊື່ນຮ່ວມກັນ!

ທ່ານສາມາດຊ່ວຍເດັກໄວລຸ້ນໃຫ້ຫຼີກເວັ້ນກັນຊາ, ດື່ມເຫຼົ້າ ຫຼື ຢາເສບຕິດອື່ນໆເມື່ອທ່ານສ້າງຄວາມສຳພັນ, ຂີດເສັ້ນ ແລະ ສັງເກດການ.

ສ້າງຄວາມສຳພັນແບບໃກ້ຊິດ.

ເດັກໄວລຸ້ນມີທ່າທີໜ້ອຍທີ່ຈະເລີ່ມດື່ມເຫຼົ້າ ຫຼືໃຊ້ກັນຊາ ຫຼືຢາເສັບຕິດອື່ນໆ ຖ້າພໍ່ແມ່ ແລະ/ຫຼື ຜູ້ດູແລ ມີສ່ວນກ່ຽວກັບຊີວິດຂອງເຂົາ ແລະ ເມື່ອເຂົາຮູ້ສຶກໃກ້ຊິດນຳ. ໃນການສ້າງຄວາມສຳພັນໃນຄອບຄົວ:

  • ໃຫ້ເວລາລູກເປັນສ່ວນຕົວຢ່າງໜ້ອຍ 15 ນາທີແຕ່ລະມື້.
  • ເຮັດສິ່ງມ່ວນຊື່ນນຳກັນ.
  • ໃຫ້ຄຳຍ້ອງຍໍກັບລູກຍາມເຂົາກະທຳດີ.
  • ກິນເຂົ້າຮ່ວມພານຳລູກ.

ຂີດເສັ້ນໃຫ້ຈະແຈ້ງ.

ຕັ້ງກົດບ້ານທີ່ຈະແຈ້ງຕັ້ງແຕ່ຕົ້ນ, ມີຄວາມຕໍ່ເນື່ອງ, ແລະໂອ້ລົມເລື່ອງກົດລະບຽບເປັນປະຈຳ. ໃນການຂີດເສັ້ນ:

  • ສົນທະນາກັບລູກເປັນປະຈຳກ່ຽວກັບຄວາມຄາດຫວັງຂອງທ່ານ.
  • ໃຊ້ວິທີດັດນິໄສທີ່ເປັນທຳ ແລະ ເປັນຕໍ່ເນື່ອງທຸກເທື່ອທີ່ກົດບ້ານຖືກລະເມີດ.
  • ຊ່ວຍລູກຂອງທ່ານໃຫ້ມີຄວາມສຳພັນດ້ານບວກກັບໝູ່ເພື່ອນ.
  • ຊ່ວຍລູກຂອງທ່ານຝຶກຊ້ອມວິທີປະຕິເສດຢາເສບຕິດ.

ສັງເກດຄວາມເຄື່ອນໄຫວ.

ທ່ານຕ້ອງຮູ້ຕະຫຼອດເວລາວ່າລູກຂອງທ່ານກຳລັງເຮັດຫຍັງຢູ່, ເຂົາຈະໄປໃສ ແລະ ເຂົາຈະໃຊ້ເວລາຢູ່ນຳໃຜ. ຊ່ວຍເຂົາວາງລາຍການທີ່ປອດໄພ ແລະມ່ວນຊື່ນ. ຢ່າລືມຖາມຄຳຖາມຫ້າຢ່າງນີ້:

  • ເຈົ້າຈະໄປໃສ?
  • ເຈົ້າຈະໄປເຮັດຫຍັງ?
  • ເຈົ້າຈະໄປກັບໃຜ?
  • ເຈົ້າຈະກັບບ້ານຈັກໂມງ?
  • ທີ່ທີ່ເຈົ້າຈະໄປນັ້ນມີເຫຼົ້າ, ກັນຊາ, ແລະຢາເສບຕິດບໍ່?

ເດັກທີ່ດື່ມເຫຼົ້າ, ໃຊ້ກັນຊາ ແລະ ຢາເສັບຕິດມີຄວາມສ່ຽງຫຍັງ?

ການດື່ມເຫຼົ້າ, ໃຊ້ກັນຊາ ແລະ ຢາເສັບຕິດແຕ່ຍັງນ້ອຍຈະເຮັດໃຫ້ເດັກມີຄວາມສ່ຽງສູງຕໍ່ການຕິດ ພ້ອມທັ້ງເກີດບັນຫາສຸຂະພາບຫຼາຍຢ່າງ, ຮຽນຕົກ, ແລະ ຈຳກັດວິຊາອາຊີບໃນອະນາຄົດດ້ວຍຖືກຈັບກຸມ ແລະ ດ້ອຍການສຶກສາ.

ການໃຊ້ກັນຊາ, ເຫຼົ້າ ແລະ ຢາເສບຕິດ:

  • ອາດສ້າງບັນຫາກັບການພັດທະນາດ້ານສະໝອງຂອງໄວລຸ້ນ. ເຫຼົ້າ, ກັນຊາ ແລະ ຢາເສບຕິດຕ່າງໆ ສາມາດສ້າງຄວາມບົກພ່ອງໃນບໍລິເວນສະໝອງທີ່ຄວບຄຸມລະບົບເຄື່ອນຍ້າຍຕົວ, ການຄວບຄຸມອາລົມ, ຄວາມຈຳ, ການຮຽນຮູ້ ແລະການຕັດສິນໃຈ. ດ້ວຍວ່າສະໝອງຂອງຜູ້ເຍົາຍັງຢູ່ໃນໄລຍະພັດທະນາ ມັນຖຶງມີຄວາມສ່ຽງຕໍ່ການກະທົບ.
  • ສາມາດນຳໄປສູ່ການພາວະຕິດ. ເດັກນ້ອຍທີ່ເລີ່ມດື່ມເຫຼົ້າກ່ອນອາຍຸ 15 ປີແມ່ນມີໂອກາດສີ່ເທົ່າຕົວທີ່ຈະເກີດບັນຫາກັບການດື່ມເຫຼົ່າຖ້າປຽບກັບຜູ້ໃຫຍ່ ແລະ ຜູ້ທີ່ເລີ່ມໃຊ້ກັນຊາກ່ອນອາຍຸ 18 ປີແມ່ນມີໂອກາດສີ່ ເຖິງ ເຈັດ ເທົ່າຕົວທີ່ຈະມີບັນຫາຖ້າປຽບກັບຜູ້ທີ່ເລີ່ມໃຊ້ຕອນມີອາຍຸຫຼາຍກວ່າ.
  • ມັນມີຄວາມກ່ຽວພັນກັບເຫດຜົນຫຼັກສາມຢ່າງທີ່ເຮັດໃຫ້ໄວລຸ້ນເສັຍຊີວິດ: ອຸບັນເຫດ (ລວມເຖິງຄວາມຕາຍຈາກການຂັບຂີ່ລົດ ແລະຈົມນ້ຳ), ຖືກຄາດຕະກຳ ແລະ ຂ້າຕົວຕາຍ.

ເກັບເອົາຂໍ້ເທັດຈິງກ່ຽວກັບຄວາມສ່ຽງຂອງຜູ້ເຍົາທີ່ໃຊ້ສານມຶນເມົາ.

ຈັດໃຫ້ມີຄວາມປະພຶດທີ່ດີນຳກັນ.

ຊ່ວຍໄວລຸ້ນຂອງທ່ານສ້າງກິດຈະກຳດີໆ, ຕັ້ງເປົ້າໝາຍ ແລະ ຝຶກຊ້ອມວິທີຮັບມືກັບບັນຫາໃນທາງທີ່ດີ.

  • ຕັ້ງເປົ້າໝາຍ: ການຕັ້ງເປົ້າໝາຍຊ່ວຍໃຫ້ຄົນຮູ້ສຶກມີຄຸນຄ່າ ແລະ ຊ່ວຍໃຫ້ເຂົາມີຄວາມເຊື່ອໝັ້ນກັບອະນາຄົດ. ປະຈຸບັນອາດມີຄວາມທ້າທາຍ, ແຕ່ມັນຈະເຮັດໃຫ້ຮັບມືກັບບັນຫາໄດ້ງ່າຍຂຶ້ນເມື່ອມີຄວາມຫວັງກັບໂອກາດໃນອະນາຄົດ. ໂອ້ລົມກັບໄວລຸ້ນຂອງທ່ານກ່ຽວກັບສິ່ງທີ່ເຂົາຢາກເຮັດໃນອະນາຄົດ ແລະຊ່ວຍເຂົາວາງແຜນການ.
  • ສ້າງກິດຈະກຳທີ່ດີ: ການກິນອາຫານໄດ້ດີ ແລະ ນອນພຽງພໍ ແລະ ອອກກຳລັງກາຍຊ່ວຍກະຕຸ້ນສຸຂະພາບ ແລະ ອາລົມ. ຈັດໃຫ້ມີຕາລາງ (ເຊັ່ນເວລາກິນເຂົ້າປົກກະຕິ), ຊຶ່ງຈະອຳນວຍນິໄສທັດທີ່ດີ, ແລະ ໂອ້ລົມກັບໄວລຸ້ນກ່ຽວກັບຄວາມສຳຄັນຂອງກິດຈະກຳທີ່ເປັນບວກ. ຄົ້ນຫາວິທີການທີ່ຈະເຮັດໃຫ້ກິດຈະກຳດີໆນັ້ນມີຄວາມແຂງແກ່ງຂຶ້ນ.
  • ສ້າງທັກສະການຮັບມືກັບບັນຫາ: ມັນເປັນສິ່ງສຳຄັນທີ່ໄວລຸ້ນຕ້ອງມີກິດຈະກຳຕ່າງໆທີ່ຈະຊ່ວຍພວກເຂົາຮູ້ສຶກດີຂື້ນໃນເວລາທີ່ເຂົາຮູ້ສືກອຸກອັ່ງໃຈ ແລະ ກັງວົນ. ຮ່ວມມືກັນກັບລູກເພື່ອຊອກຫາວິທີທີ່ຈະໂຮມເອົາກິດຈະກຳເຫຼົ່ານັ້ນເຂົ້າເປັນສ່ວນໜຶ່ງຂອງຊີວິດເຂົາ -- ບໍ່ວ່າຈະເປັນການຫຼິ້ນໂຍນໝາກບານຢູ່ຫຼັງບ້ານຫຼັງກິນເຂົ້າແລງ, ອອກໄປຍ່າງຫຼິ້ນຕາມຄຸ້ມບ້ານ, ເຮັດສິນລະປະ ຫຼື ພຽງນັບເຖິງ 10 ແລະ ຫັນໃຈເລິກໆເມື່ອມີຄວາມຮູ້ສຶກວຸ່ນວາຍໃຈ.

ຫາຄວາມຊ່ວຍເຫຼືອ.

ບໍ່ເປັນຫຍັງເລີຍທີ່ຕ້ອງຂໍຄວາມຊ່ວຍເຫຼືອໃຫ້ເດັກໄວລຸ້ນ ແລະຕົວທ່ານເອງ! ຊັບພະຍາກອນດ້ານລຸ່ມນີ້ລ້ວນແລ້ວນຳສະເໜີ TRS 711 ແລະການເຂົ້າເຖິງບໍລິການດ້ານພາສາ.

  • Teen Link ແມ່ນຟຣີ, ເປັນສາຍດ່ວນຊ່ວຍເຫຼືອໄວລຸ້ນແບບສ່ວນຕົວທີ່ເຂົາເຈົ້າເຂົ້າເຖິງໄດ້ດ້ວຍການໂທ, ສົ່ງຂໍ້ຄວາມ ແລະ ໂອ້ລົມກັບໄວລຸ້ນຄົນອື່ນທີ່ຜ່ານການອົບຮົມແລ້ວຈາກ 6 ຫາ 10 ໂມງແລງຕາມເວລາ PT. ລູກຂອງທ່ານສາມາດໂອ້ລົມກັບພວກເຂົາເຈົ້າໄດ້ໃນທຸກເລື່ອງທີ່ຕ້ອງການ. ສົ່ງເສີມໃຫ້ລູກຂອງທ່າໂທ, ສົ່ງຂໍ້ຄວາມ ຫຼື ໂອ້ລົມໄດ້ທີ່ 1-866-TEENLINK (833-6546). ຜູ້ໃຫຍ່ກໍສາມາດໂທຫາ Teen Link ໄດ້ເພື່ອປຶກສາກັບຜູ້ຊຳນານໃນຫົວຂໍ້ປ້ອງກັນການໃຊ້ສານເສບຕິດ. ເຂົ້າໃນເວັບໄຊ້ນີ້ https://www.teenlink.org/ ເພື່ອຂໍ້ມູນເພີ່ມເຕີມ.
  • Washington Recovery Help Line ແມ່ນສາຍດ່ວນທີ່ເປີດໄວ້ 24 ຊົ່ວໂມງແບບເປັນຄວາມລັບ ແລະ ສ່ວນຕົວ ທີ່ໃຫ້ຄວາມຊ່ວຍເຫຼືອຕໍ່ຜູ້ມີບັນຫາກັບສານເສບຕິດ ແລະ ຄວາມທ້າທາຍດ້ານສຸຂະພາບຈິດ. ໂທ 1-866-789-1511 ຫຼື ເຂົ້າຫາ WARecoveryHelpLine.org ເພື່ອຂໍ້ມູນເພີ່ມເຕີມ.
  • Washington Listens ຈັດໃຫ້ມີການຊ່ວຍເຫຼືອຕໍ່ຜູ້ທີ່ກຳລັງເສົ້າ, ກັງວົນ ແລະອຸກອັ່ງໃຈ. ມັນມີພະນັກງານເຮັດວຽກຈາກວັນຈັນ ຫາ ສຸກ ຈາກ 9 ໂມງເຊົ້າ ຫາ 9 ໂມງແລງ ຕາມເວລາ PT ແລະໃນທ້າຍອາທິດ ຈາກ 9 ໂມງເຊົ້າ ຫາ 6 ໂມງແລງຕາມເວລາ PT. ເຂົ້າຫາເວັບໄຊ້ Washington Listens ປະຕູທາງ ເພື່ອຂໍ້ມູນເພີ່ມເຕີມ.